Print

ທ່ານ ຄຳໜັ້ນ ສໍປະເສີດ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຄຳມ່ວນ ໃຫ້ສຳພາດຕໍ່ສື່ມວນຊົນທ້ອງຖິ່ນກ່ຽວກັບວັນສິ່ງແວດລ້ອມໂລກ 5 ມິ​ຖຸ​ນາ ຄົບ​ຮອບ 49 ປີ ແລະ ວັນ​ສິ່ງ​ແວ​ດ​ລ້ອມ​ແຫ່ງ​ຊາດ ຄົບ​ຮອບ 22 ປີ

ໃຫ້​ຮູ້​ວ່າ​ໂດຍ​ພາຍ​ໃຕ້​ສະ​ພາບ​ທີ່ບໍ່​ເອື້ອອ​ຳ​ນວຍ​ພໍ​ເທົ່າ​ໃດ​ໂດຍ​ສະ​ເພາະ​ແມ່ນ​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ19 ເຮັດ​ໃຫ້​ມີ​ຄວາມ​ຈຳ​ກັດ​ໃນ​ຫຼາຍ​ດ້ານ​ຕໍ່​ກັບ​ການ​ສະ​ເຫຼີມ​ສະ​ຫຼອງວັນ​ສິ່ງ​ແວດ​ລ້ອມ​ໃນ​ປີນີ້ ເຊິ່ງ​ການ​ຫ້າງ​ຫາ​ກະ​ກຽມ​ໃຫ້​ແກ່​ວັນ​ດັ່ງ​ກ່າວ ພະ​ແນກ​ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ແມ່ນ​ໄດ້​ສົມ​ທົບ​ກັບ ພະ​ແນກ​ກະ​ສິ​ກຳ ແລະ ປ່າ​ໄມ້ ແຂວງ ໃນ​ການ​ສ້າງ​ເຂດ​ທີ່​ມີ​ປົກ​ຫຸ້ມ​ທາງ​ດ້ານ​ປ່າ​ໄມ້ ໂດບ​ຖື​ເອົາ​ວັນ​ທີ່ 1 ມິ​ຖຸ​ນາ ສ້າງ​ຂະ​ບວນ​ການ​ປູກ​ຕົ້ນ​ໄມ້ ພາຍ​ໃຕ້ ຄຳ​ຂັວນ ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​ພື້ນ​ຟູ​ລະ​ບົບ​ນິ​ເວດ ແລະ ໄດ້​ປະ​ສານ​ສົມ​ທົບ​ກັບ​ເມືອງ ທ່າ​ແຂກ ເພື່ອ​ອອ​ກ​ແຈ້ງ​ການ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ໃນ​ທົ່ວ​ເມືອ​ສ້າງ​ຂະ​ບວນ​ກາ​ນ​ອາ​ນາ​ໄມ ຕາມ​ສາຍ​ທາງ,ຄອງ​ລະ​ບາຍນ້ຳ ແລະ ສະ​ຖານ​ທີ່​ຕ່າງໆ ເພື່ອ​ຄວາມ​ສະ​ອາດ​ງາມ​ຕາ ແລະ ເຮັດ​ໃຫ້​ລະ​ບົບ​ນິ​ເວດ​ດີ​ຂຶ້ນ​ໃນ​ໂອ​ກາດ​ວັນ​ສິ່ງ​ແວດ​ລ້ອມ​ໂລກ ແລະ ວັນ​ສິ່ງ​ແວດ​ລ້ອມ​ແຫ່ງ​ຊາດ​ໃນ​ປີນີ້ ຂໍ​ຮຽກ​ຮ້ອງ​ມາ​ຍັງ​ບັນ​ດາ ພະ​ນັກ​ງານ, ທະ​ຫານ, ຕຳ​ຫຼວດ ຕະ​ຫຼອດ​ຮອດ​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ແຂວງ ຄຳ​ມ່​ວນ ຈົ່ງ​ໄດ້​ໃຫ້​ຄວາມ​ສຳ​ຄັນ​ເອົາ​ໃຈ​ໃສ່ ແລະ ຮ່ວມ​ໄມ້​ຮ່ວມ​ມື​ໃນ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ເປັນ​ຕົ້ນ​ແມ່ນ​ການ​ນຳ​ໃຊ້ ວັດ​ສະ​ດຸ​ທີ່​ສ້າງ​ມົນ​ລະ​ພິດ​ທາງ​ດ້ານ ສີ່ງ​ແວດ​ລ້ອມ ໃຫ້​ທຸກ​ຄົນ​ຖື​ເອົາ​ການ​ປົກ​ປັ​ກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ປຽບ​ເໜືອ​ກັບ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ປຽບ​ເໝືອ​ກັບ​ການ​ປົກ​ປັກ​ຮັກ​ສາ​ຊີ​ວິດ ແລະ ຊັບ​ສິນ​ຂອງ​ຕົນ​ເພື່ອ​ອາ​ນາ​ຄົດ​ຂອງ​ລູກ - ຫຼານ ໃຫ້​ມີ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີ ແລະ ມີ​ຄວ​າມ​ຍືນ​ຍົງ ພ້ອມ​ກັນ​ນັ້ນ​ກໍ່ ຕ້ອງ​ເອົາ​ໃຈ​ໃສ່​ໃນ​ການ​ພື້ນ​ຟູ​ສິ່ງ​ແວດ​ລ້ອມ ເປັນ​ຕົ້ນ​ແມ່ນ​ການ​ປູກ​ຕົ້​ນ​ໄມ້​ໃຫ້​ເປັນ​ຂະ​ບວນ​ເພື່ອ​ໃຫ້​ເຮືອນ​ຮົ່ມ ແລະ ເພື່ອ​ເຮັດ​ໃຫ້​ມີ​ການ​ກັ່​ນ​ຕອງ​ມົນ​ລະ​ພິດ​ທາງດ​້ານ​ອາ​ກາດ​ເຊິ່ງ​ໃນ​ປະ​ຈຸ​ບັນ ພະ​ແນກ​ຊັ​ບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ​ແຂວງ ໄດ້​ມີ​ການ​ຮ່າງ​ຂໍ້​ກຳ​ນົດ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ສິ່ງ​ເສດ​ເຫຼືອ ແລະ ຂີ້​ເຫຍື້ອ​ເຊີ່ງ​ຈະ​ໄດ້​ນຳ​ເຂົ້າ​ຜ່ານກອງ​ປະ​ຊຸມ​ສະ​ພາ​ປະ​ຊາ​ຊົນ​ທ້ອງ​ຖິ່ນ ແລະ ຈະ​ໄດ້​ມີ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ເຜີຍ​ແຜ່​ເຊືອມ​ຊຶມ​ລົງ​ເຖີງ​ຂັ້ນ​ຮາກ​ຖານ​ບ້ານ ເພື່ອ​ເຮັດ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ໄດ້​ຮັບ​ຮູ້ ແລະ ເຫັນ​ໄດ້​ຄວາມ​ສຳ​ຄັນ​ໃນ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ໃຫ້​ມີ​ຄວາມ​ຍືນ​ຍົງ​ຕາມ​ທິດ​ສີ​ຂຽວ​ທີ​ລັດ​ຖະ​ບານ​ໄດ້​ກຳ​ນົດ​ໄວ້.