Print

ໃນ​ວັນ​ທີ່ 30 ສິງ​ຫາ 2021 ທີ່​ຫ້ອງ​ປະ​ຊຸມ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ​ຄຳມ່ວນ. ໄດ້ເປີດກອງປະຊຸມສະ​ຫຼຸບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ 6 ເດືອນ​ຕົ້ນ​ປີ ແລະ ທິດ​ທາງ​ແຜນ​ການ 6 ເດືອນ​ທ້າຍ​ປີ ຂອງ​ພະ​ແນກ​ຊັບ​ພະຍາ​ກອນທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ . ພາຍໃຕ້ການເປັນປະທານ  ປອ ສົມ​ສະ​ອາດ ອຸ່ນ​ສີ​ດາ ກຳ​ມະ​ການ​ພັກ​ແຂວງ ຮອງ​ເຈົ້າ​ແຂວງໆ ຄຳ​ມ່ວນ ແລະ ທ່​ານ ຄຳ​ໜັ້ນ ສໍ​ປະ​ເສີດ ກຳ​ມະ​ການ​ພັກ​ແຂວງ ຫົວໜ້າ ພະແນກຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມແຂວງ ຄຳມ່ວນ. ມີຜູ້ເຂົ້າຮ່ວມທັງໝົດ 25 ທ່ານ,ຍິງ 2 ທ່ານ.ລາຍ​ລະ​ອຽດດັ່ງລຸ່ມນີ້: