ໃນວັນທີ່ 30 ສິງຫາ 2021 ທີ່ຫ້ອງປະຊຸມ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ຄຳມ່ວນ. ໄດ້ເປີດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ ຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ . ພາຍໃຕ້ການເປັນປະທານ ປອ ສົມສະອາດ ອຸ່ນສີດາ ກຳມະການພັກແຂວງ ຮອງເຈົ້າແຂວງໆ ຄຳມ່ວນ ແລະ ທ່ານ ຄຳໜັ້ນ ສໍປະເສີດ ກຳມະການພັກແຂວງ ຫົວໜ້າ ພະແນກຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມແຂວງ ຄຳມ່ວນ. ມີຜູ້ເຂົ້າຮ່ວມທັງໝົດ 25 ທ່ານ,ຍິງ 2 ທ່ານ.ລາຍລະອຽດດັ່ງລຸ່ມນີ້:
- ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຮອບດ້ານ ຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຄຳມ່ວນ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ.
- ຜ່ານຂໍ້ຕົກລົງ ທ່ານເຈົ້າແຂວງ ສະບັບເລກທີ 773/ຈຂ.ຄມ ລົງວັນທີ 29 ມິຖຸນາ 2021 ແລະ ສະບັບເລກທີ 184/ຈຂ, ລົງວັນທີ 6 ສິງຫາ 2021
- ຜ່ານຂໍ້ຕົກລົງຂອງທ່ານ ເຈົ້າແຂວງ ສະບັບເລກທີ 1163/ຈຂ.ຄມ ລົງວັນ 12 ສິງຫາ 2021.
- ກອງປະຊຸມໃນຄັ້ງນີ້ໃຊ້ເວລາ 1 ຄາບ ແລະ ມີຜົນສໍາເລັດເປັນຢ່າງດີ.