Print

 

ໃນວັນທີ່ 18 - 21 ມັງກອນ 2022 ທີ່ຫ້ອງປະຊຸມ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ຄໍາມ່ວນ. ໄດ້ຈັດກອງປະຊຸມ ເຜີຍແຜ່ຜົນໄດ້ຮັບຈາກການກວດກາ, ຂຶ້ນບັນຊີໂຄງການເຊົ່າ ແລະ ສຳປະທານທີ່ດິນຂອງລັດ ໃນໄລຍະຜ່ານມາ,ເຜີຍແຜ່ຜົນການປະເມີນຄຸນນະພາບການລົງທຶນໃນການເຊົ່າ ແລະ ສຳປະທານທີ່ດິນຂອງລັດ ຢູ່ ສປປລາວ (QI ) ແລະ ຝຶກອົບຮົມການນໍາໃຊ້ລະບົບການປັງປຸງຖານຂໍ້ມູນການຂຶ້ນບັນຊີໂຄງການເຊົ່າ ແລະ ສໍາປະທານທີ່ດິນຂອງລັດ ແບບຕໍ່ເນື່ອງ ຢູ່ ສປປລາວ ( LCIS ), ໂດຍການເປັນປະທານຮ່ວມເປີດກອງປະຊຸມ ຂອງທ່ານ ອານົງສອນ ພົມມະຈັນ ຫົວໜ້າກົມທີ່ດິນ,ກຊສ ແລະ ທ່ານ ຄຳໜັ້ນ ສຳປະເສີດ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ຄຳມ່ວນ ມີຄູຝຶກຈາກສູນກາງ 3 ທ່ານ , ຂະແໜງການກ່ຽວຂ້ອງຂອງແຂວງ ຄຳມ່ວນ ເຂົ້າຮ່ວມທັງໝົດ 25 ທ່ານ,ຍິງ 6 ທ່ານ ເນື້ອໃນການດຳເນີນກອງປະຊຸມ.ດັ່ງມີລາຍລະອຽດລຸ່ມນີ້:ການເຜີຍແຜ່ຜົນໄດ້ຮັບຈາກການຂຶ້ນບັນຊີ ແລະ ການປະເມີນ ໂຄງການເຊົ່າ ແລະ ສຳປະທານທີ່ດິນຂອງລັດໃຫ້ແກ່ຜູ້ກຳນົດນະໂຍບາຍ ແລະ ຂະແໜງການທີ່ກ່ຽວຂ້ອງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ.