Print

ໄດ້ຈັດຂຶ້ນຢ່າງເປັນທາງການໃນຕອນບ່າຍຂອງ ວັນທີ່ 31 ມີນາ 2021 ທີ່ຫ້ອງປະຊຸມ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ຄຳມ່ວນ. ໄດ້ເປີດກອງປະຊຸມເຜີຍແຜ່ເອກະສານສຳຄັນ ໃນນັ້ນມີເອກະສານວັນສ້າງ ຕັ້ງກຳລັງປ້ອງກັນຄວາມສະຫງົບຄົບຮອບ 60 ປີ ( 5 ເມສາ 1961 ຫາ 5 ເມສາ 2021) ໂດຍການເຂົ້າຮ່ວມເປັນກຽດ ຂອງ ທ່ານ ຄໍາໝັ້ນ ສໍປະເສີດ ກຳມະການພັກແຂວງ ເລຂາຄະນະພັກຮາກຖານຫົວໜ້າ ພະແນກຊັບພະຍາກອນ ທຳມະຊາດ ແລະ ສີ່ງແວດລ້ອມແຂວງ, ຂຶ້ນເຜີຍແຜ່ເອກະສານ,ຜ່ານເອກະໃນຄັ້ງນີ້ມີພະນັກງານການນຳຂອງ ພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມແຂວງ ແລະ ມີພະນັກງານບັນດາຂະແໜງ ຕະຫຼອດຮອດພະນັກງານລັດຖະກອນທັງຍິງ ແລະ ຊາຍ ເຂົ້າຮ່ວມຮັບຟັງ ເອກະສານສຳຄັນຂອງຊາດ ເຊິ່ງມີຜູ້ເຂົ້າຮ່ວມຮັບຟັງໃນຄັ້ງນີ້ທັງໝົດ 68 ທ່ານ ໃນນັ້ນມີເອື້ອຍນ້ອງຍິງ 26 ທ່ານ.ກອງປະຊຸມໃນຄັ້ງນີ້ໃຊ້ເວລາ 1 ຄາບ ແລະ ມີຜົນສໍາເລັດເປັນຢ່າງດີ