Print

ໃນວັນທີ່ 1 ທັນວາ 2021 ທີ່ຫ້ອງປະຊຸມ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ຄໍາມ່ວນ. ໄດ້ເປີດກອງປະຊຸມ ປະຖະກະຖາເລົ່າຄືນມູນເຊື້ອວັນສຳຄັນຂອງຊາດ - ຂອງພັກ. ພາຍໃຕ້ການເປັນປະທານ, ທ່ານ ຄຳໝັ້ນ ສໍປະເສີດ ກຳມະການພັກແຂວງ ,ຫົວໜ້າ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ຄຳມ່ວນ. ກອງປະຊຸມຄັ້ງນີ້ມີ ຫົວໜ້າຂະແໜງ ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານວິຊາການ, ເຂົ້າ​ຮ່ວມ​ຮັບ​ຟັງ​ປະ​ຖະ​ກະ​ຖາ​ເລົ່າ​ມູ​ນ​ເຊື້ອ​ວັນ​ສຳ​ຄັນ​ຂອງ​ຊາດ-ຂອງ​ພັກ ມີຜູ້ເຂົ້າຮ່ວມທັງໝົດ 34  ທ່ານ,ຍິງ 14  ທ່ານ.ດັ່ງມີລາຍລະອຽດລຸ່ມນີ້: