ໃນວັນທີ່ 3 ມີນາ 2022 ທີ່ຫ້ອງປະຊຸມ ຂະແໜງສິ່ງແວດລ້ອມ,ນໍ້າ,ອຸຕຸນິຍົມ ແລະ ອຸທົບກະສາດ . ໄດ້ຈັດກອງປະຊຸມເຜີຍແຜ່ ບັນດາຂໍ້ຕົກລົງວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ຄູ່ມືແນະນໍາກຽ່ວກັບການກວດກາວິຊາການດ້ານສິ່ງແວດ ລ້ອມສໍາລັບໂຄງການຂຸດຄົ້ ແລະ ປຸງແຕ່ງແຮ່ທາດ,ໂຄງການໄຟຟ້າພະລັງງານນໍ້າ,ໂຄງການກໍ່ສ້າງເສັ້ນທາງ,ໂຄງການກະສິກໍາປູກໄມ້ ແລະ ປູກພຶດ ແລະ ໂຄງ ການ ອຸດສາຫະກໍາປຸງແຕ່ງ  .ໂດຍການເປັນປະທານເປີດກອງປະຊຸມ ທ່ານ ປອ ສິນນະສອນ ແສງຈັນທະວົງ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ຄຳມ່ວນ .ມີບັນດາທ່ານ, ຫົວໜ້າຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ 10 ຕົວເມືອງ,ພ້ອມດ້ວຍພະນັກງານວິຊການ ເຂົ້າຮ່ວມທັງໝົດ 32 ທ່ານ,ຍິງ 07 ທ່ານ  ເນື້ອໃນການດໍາເນີນກອງປະຊຸມ.ດັ່ງມີລາຍລະອຽດລຸ່ມນີ້:

  • ນໍາສະເໜີຕົກລົງວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ຄູ່ມືແນະນໍາກຽ່ວກັບການກວດກາວິຊາການດ້ານສິ່ງແວດ ລ້ອມສໍາລັບໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ,ໂຄງການໄຟຟ້າພະລັງງານນໍ້າ,ໂຄງການກໍ່ສ້າງເສັ້ນທາງ,ໂຄງການກະສິກໍາປູກໄມ້ ແລະ ປູກພຶດ ແລະ ໂຄງການອຸດສາຫະກໍາປຸງແຕ່ງ 
  • ນໍາສະເໜີຄູ່ມືແນະນໍາກຽ່ວກັບການກວດກາວິຊາການດ້ານສິ່ງແວດລ້ອມສໍາລັບໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ,ໂຄງການໄຟຟ້າພະລັງງານນໍ້າ,ໂຄງການກໍ່ສ້າງເສັ້ນທາງ,ໂຄງການກະສິກໍາປູກໄມ້ ແລະ ປູກພຶດ ແລະໂຄງການ ອຸດສາຫະກໍາປຸງແຕ່ງ .
  • ນໍາສະເໜີຄູ່ມືແນະນໍາກຽ່ວກັບການຕິດຕາມກວດກາວິຊາການດ້ານສິ່ງແວດໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ .
  • ນໍາສະເໜີຄູ່ມືແນະນໍາກຽ່ວກັບການຕິດຕາມກວດກາວິຊາການດ້ານສິ່ງແວດລ້ອມສໍາລັບໂຄງການໄຟຟ້າພະລັງ ງານນໍ້າ .
  • ນໍາສະເຕິດຕາມກວດກາໜີຄູ່ມືແນະນໍາກຽ່ວກັບການ ວິຊາການດ້ານສິ່ງແວດລ້ອມໂຄງການກໍ່ສ້າງເສັ້ນທາງ .
  • ນໍາສະເຕິດຕາມກວດກາໜີຄູ່ມືແນະນໍາກຽ່ວກັບການ ວິຊາການດ້ານສິ່ງແວດລ້ອມໂຄງການກະສິກໍາການປູກໄມ້ແລະພຶດ.
  • ນໍາສະເຕິດຕາມກວດກາໜີຄູ່ມືແນະນໍາກຽ່ວກັບການ ວິຊາການດ້ານສິ່ງແວດລ້ອມໂຄງການກໍ່ສ້າງເສັ້ນທາງນໍາສະເຕິດຕາມກວດກາໜີຄູ່ມືແນະນໍາກຽ່ວກັບການ ວິຊາການດ້ານສິ່ງແວດລ້ອມໂຮງງານອຸດສາຫະກໍາປຸງແຕ່ງ.
  • ສະຫຼຸບລວມຜົນກອງປະຊຸມ.