ໄດ້ຈັດຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງ ວັນທີ່ 08 ເມສາ 2021 ທີ່ຫ້ອງປະຊຸມ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ຄຳມ່ວນ. ໄດ້ດຳເນີນພິທີເປີດຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ໂດຍການເຂົ້າຮ່ວມເປັນກຽດ ຂອງ ທ່ານ ສຸກຂະຖາ ວັນນະລາດ ຮອງຫົວໜ້າ ພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມແຂວງ, ຂຶ້ນເຜີຍແຜ່ເອກະສານ,ຜ່ານເອກະສານໃນຄັ້ງນີ້ມີພະນັກງານການ 10 ຕົວເມືອງ ພ້ອມແຂກທີ່ຖືກເຊີນ ແລະ ມີພະນັກງານບັນດາຂະແໜງ ຕະຫຼອດຮອດພະນັກງານລັດຖະກອນທັງຍິງ ແລະ ຊາຍ ເຂົ້າຮ່ວມ ເຊິ່ງມີຜູ້ເຂົ້າຮ່ວມຮັບຟັງໃນຄັ້ງນີ້ທັງໝົດ 67 ທ່ານ ໃນນັ້ນມີເອື້ອຍນ້ອງຍິງ 19 ທ່ານ.ຕາຕະລາງດຳເນີນ ພິທີເປີດຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ທີ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ປະຈຳປີ 2021ມີດັ່ງນີ້:

  • ຜ່ານຂໍ້ຕົກລົງຂອງທ່ານ ເຈົ້າແຂວງໆ ຄຳມ່ວນ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບແຂ່ງຂັນ-ຍ້ອງຍໍ ພາຍໃຕ້ຄຳຂັວນ ຮັກຊາດ ແລະ ພັດທະນາ ປະຈຳປີ 2021.
  • ຜ່ານຂໍ້ຕົກລົງວ່າດ້ວຍການເປີດຂະບວນການແຂ່ງຂັນ-ຍ້ອງຍໍ ພາຍໃຕ້ຄຳຂັວນ ຮັກຊາດ ແລະ ພັດທະນາປະຈຳປີ 2021.
  • ຜ່ານແຜນການເຄື່ອນໄຫວແຂ່ງຂັນ ພາຍໃຕ້ຄຳຂັວນ ຮັກຊາດ ແລະ ພັດທະນາ ປະຈຳປີ 2021.
  • ສະເໜີຫົວໜ້າຂະແໜງ 8 ຂະແໜງ ແລະ 1 ກອງຂຶ້ນຈັບມືແຂ່ງຂັນເຊີນປະທານກອງປະຊຸມຂຶ້ນຈັບມືແຂ່ງ ຂັນ.
  • ສະເໜີຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ 10 ຕົວເມືອງຂຶ້ນຈັບມືແຂ່ງຂັນ ເຊີນປະ ທານກອງປະຊຸມຂຶ້ນຈັບມືແຂ່ງຂັນ ກອງປະຊຸມໃນຄັ້ງນີ້ໃຊ້ເວລາ 1 ຄາບ ແລະ ມີຜົນສໍາເລັດເປັນຢ່າງດີ.