ຕອນ​ເຊົ້າ​ຂອງວັນ​ທີ່ 24 ມິ​ຖຸ​ນາ 2021 ທີ່​ຫ້ອງ​ປະ​ຊຸມ 21 ມີ​ນາ ຫຼັງ​ເກົ່າ ຄະ​ນະ​ບໍ​ລິ​ຫານ​ງານ​ຊາວ​ໜຸ່ມ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ແຂວງ ຄຳ​ມ່ວນ ໄດ້​ປຸກ​ລະ​ດົມ​ອາ​ສ​າ​ສະໝັກ ສະ​ມາ​ຊິກ​ຊາວ​ໜຸ່ມ - ໄວ​ໜຸ່ມ ທີ່​ຢູ່​ພາຍ​ໃນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຕົນ​ເຂົ້າ​ຮ່ວມ​ຂະ​ບວນ​ການ ບໍ​ລິ​ຈາກ​ເລືອດ​ແບບ​ສະ​ໝັກ​ໃຈ​ໂດຍບໍ່​ຮຽກ​ຮ້ອງ​ສິ່ງ​ຕອບ​ແທນ​ພາຍ​ໃຕ້​ຄຳ​ຂັວນ ( ເມືອ​ໃດ​ຊາດ​ຕ້ອງ​ການ​ຊາວ​ໜຸ່ມ​ຂານ​ອາ​ສາ ) ເພື່ອ​ເປັນ​ການ​ຮັບ​ມື​ຕ້ານ ແລະ ສະ​ກັດ​ກັ້ນ​ການ​ແຜ່​ລະ​ບາດ​ຂອງ​ເຊື້ອພະ​ຍາດ COVID – 19 ຊ່ວຍ​ເຫຼືອ​ຜູ້​ທີ່​ຖືກ​ເຄາະ​ຮ້າຍ,ກອບ​ກູ້​ເອົາ​ຊີ​ວິດ​ເພື່ອນ​ມະ​ນຸດ​ດ້ວຍ​ກັນ​ທີ່​ກຳ​ລັງ​ປ​ິ່ນ​ປົວ​ຢູ່​ຕາມ​ໂຮງ​ໝໍ​ແຫ່ງ​ຕ່າງໆ ແລະ ກໍ່​ເພື່ອ​ໃຫ້​ມີ​ເລືອດ​ພຽງ​ພໍ​ໃນ​ການ​ຊົມ​ໃຊ້​ຄົນ​ເຈັບ.