ໃນ​ຕອນເຊົ້າວັນສຸກຂອງວັນ​ທີ່ 06 ສິງ​ຫາ 2021​. ທີ່​ຫ້ອງ​ປະ​ຊຸມ ພະ​ແນກ​ຊັບ​ພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມແຂວງ ຄຳ​ມ່ວນ ໄດ້ເປີດກອງ​ປະ​ຊຸມ ​ສຳມະນາວຽກງານກວດ​ກາ ​ຂອງ​ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຄຳ​ມ່ວນ ໂດຍ​ເປັນກຽດ​ເປັນ​ປະທານ  ທ່ານ ອປ ສິນນະສອນ ແສງຈັນທະວົງ ຄະນະພັກຮາກຖານ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຄຳມ່ວນ, ທ່ານ ວິພັນໄຊ ຈັນສະໜຸດ ຮອງ​ຫົວໜ້າກົມກວດກາ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມ​ດ້ວຍ​ ພະ​ນັກ​ງານ​ວິ​ຊາ​ການ ພະ​ແນກ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່​ງ​ແວດ​ລ້ອມແຂວງ ເຂົ້າ​ຮ່ວມ​ທັງ​ໝົດ 22 ທ່ານ ຍິງ 8 ທ່ານ  ດັ່ງມີລາຍລະອຽດລຸ່ມນີ້:

  • ລາຍ​ງານ​ການ​ເຄື່ອນ​ໄຫວ​ວຽກ​ງານກວດ​ກາ ( ວຽກ​ກ​ວດ​ກາ​ປົກ​ກະ​ຕິ,ວຽກ​ກວດ​ກາ​ໂຄງ​ການ, ວຽກ​ສະ​ກັດ​ກັ້ນ-ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ,ວຽກ​ກວດ​ກາ​ຜົນ​ການກວດ​ສອບ,ວຽກ​ແກ້​ໄຂ່​ຄຳ​ຮ້ອງ-ຄຳ​ສະ​ເໜີ)
  • ສະ​ເໜີ​ຈຸດ​ປະ​ສົງ ການ​ລົງ​ມາ​ເຮັດ​ວຽກ​ຢູ່​ທ້ອງ​ຖິ່ນ.
  • ​ວຽກ​ງານກວດ​ກາ ໂຄງ​ການ​ລົງ​ທຶນ​ຂອງ​ລັດ, ວຽກ​ງານ​ສະ​ກັດ​ກັ້ນ ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ,ວຽກ​ງານ​ຕິດ​ຕາມ​ການ​ຊຸກ​ຍູ້ ແລະ ການກວດ​ກາ​ການ​ປັບ​ປຸງ​ແກ້​ໄຂ​ຜົນ​ການກວດ​ສອບ ວຽກ​ງານກວດ​ກາ​ພັກ.
  • ວຽກ​ງານ​ຄົ້ນ​ຄ້​ວາ​ຄຳ​ຮ້ອງ-ຄຳ​ສະ​ເໜີ,ວຽກ​ງານ​ປະ​ສານ​ງານ ແລະ ການ​ສະ​ຫຼຸບ​ວຽກ​ງານກວດ​ກາ, ສະ​ຫຼຸບ​ຜົນ​ການ​ນຳ​ສະ​ເໜີ ກອງ​ປະ​ຊຸມ​ໄດ້​ປິດ​ລົງ​ໃນ​ມື້​ດຽວ​ກັນ.