ກອງປະຊຸມ ແນະນໍາໂຄງການສ້າງຈິດສໍານຶກດ້ານການຄ້າຂາຍສັດປ່າແບບຜິດກົດໝາຍໃນໄວໝຸ່ມຜ່ານວຽກງານ ການສຶກສາ ແລະ ສ້າງຈິດສຳນຶກດ້ານສິ່ງແວດລ້ອມ ຂອງແຂວງ ຄຳມ່ວນ ( Em Youth) ຄັ້ງວັນທີ່ 7 ກຸມພາ 2022.
ໃນວັນທີ່ 7 2022 ທີ່ຫ້ອງປະຊຸມ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ຄໍາມ່ວນ. ໄດ້ຈັດກອງປະຊຸມ ແນະນໍາໂຄງການສ້າງຈິດສໍານຶກດ້ານການຄ້າຂາຍສັດປ່າແບບຜິດກົດໝາຍໃນໄວໝຸ່ມຜ່ານວຽກງານ ການສຶກສາ ແລະ ສ້າງຈິດສຳນຶກດ້ານສິ່ງແວດລ້ອມ ຂອງແຂວງ ຄຳມ່ວນ ( Em Youth) , ໂດຍການເປັນປະທານຮ່ວມເປີດກອງປະຊຸມ ທ່ານ ປອ ສິນນະສອນ ແສງຈັນທະວົງ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ຄຳມ່ວນ ແລະ ທ່ານ ສຸກັນ ອິນທະນູຮັກ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ຄຳມ່ວນ , ຂະແໜງການກ່ຽວຂ້ອງຂອງແຂວງ ຄໍາມ່ວນ ເຂົ້າຮ່ວມທັງໝົດ 26 ທ່ານ,ຍິງ 7 ທ່ານ ເນື້ອໃນການດໍາເນີນກອງປະຊຸມ.ດັ່ງມີລາຍລະອຽດລຸ່ມນີ້:
ກອງປະຊຸມ ຈັດຕັ້ງເຊືອມຊຶມເອກະສານວາລະແຫ່ງຊາດ ຂອງພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຄຳມ່ວນ ວັນທີ່ 8ກຸມພາ 2022.
ໃນວັນທີ່ 8 ກຸມພາ 2022 ທີ່ຫ້ອງປະຊຸມ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ຄໍາມ່ວນ. ໄດ້ຈັດກອງປະຊຸມຈັດຕັ້ງເຊືອມຊຶມເອກະສານວາລະແຫ່ງຊາດ ຂອງພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ແຂວງ ຄຳມ່ວນ , ໂດຍການເປັນປະທານເປີດກອງປະຊຸມ ທ່ານ ຄໍາໝັ້ນ ສໍປະເສີດ ຫົວໜ້າພະແນກຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ຄຳມ່ວນ ພ້ອມດ້ວຍພະນັກງານວິຊາການ ເຂົ້າຮ່ວມທັງໝົດ 43 ທ່ານ,ຍິງ 16 ທ່ານ ເນື້ອໃນການດໍາເນີນກອງປະຊຸມ.ດັ່ງມີລາຍລະອຽດລຸ່ມນີ້:
ກອງປະຊຸມ ເຜີຍແຜ່ການຂຶ້ນບັນຊີ ແລະ ປະເມີນຄຸນນະພາບໂຄງການເຊົ່າ ແລະ ສຳປະທານທີ່ດິນລັດ ຝຶກອົບຮົມການນຳໃຊ້ຖານຂໍ້ມູນ LCIS ແລະ ປຶກສາຫາລືຜົນການກວດຢູ່ແຂວງ ຄໍາມ່ວນ ແລະ ແຂວງ ຫຼວງນໍາ້ທາ ວັນທີ່ 18-21ມັງກອນ 2022.
ໃນວັນທີ່ 18 - 21 ມັງກອນ 2022 ທີ່ຫ້ອງປະຊຸມ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ຄໍາມ່ວນ. ໄດ້ຈັດກອງປະຊຸມ ເຜີຍແຜ່ຜົນໄດ້ຮັບຈາກການກວດກາ, ຂຶ້ນບັນຊີໂຄງການເຊົ່າ ແລະ ສຳປະທານທີ່ດິນຂອງລັດ ໃນໄລຍະຜ່ານມາ,ເຜີຍແຜ່ຜົນການປະເມີນຄຸນນະພາບການລົງທຶນໃນການເຊົ່າ ແລະ ສຳປະທານທີ່ດິນຂອງລັດ ຢູ່ ສປປລາວ (QI ) ແລະ ຝຶກອົບຮົມການນໍາໃຊ້ລະບົບການປັງປຸງຖານຂໍ້ມູນການຂຶ້ນບັນຊີໂຄງການເຊົ່າ ແລະ ສໍາປະທານທີ່ດິນຂອງລັດ ແບບຕໍ່ເນື່ອງ ຢູ່ ສປປລາວ ( LCIS ), ໂດຍການເປັນປະທານຮ່ວມເປີດກອງປະຊຸມ ຂອງທ່ານ ອານົງສອນ ພົມມະຈັນ ຫົວໜ້າກົມທີ່ດິນ,ກຊສ ແລະ ທ່ານ ຄຳໜັ້ນ ສຳປະເສີດ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ຄຳມ່ວນ ມີຄູຝຶກຈາກສູນກາງ 3 ທ່ານ , ຂະແໜງການກ່ຽວຂ້ອງຂອງແຂວງ ຄຳມ່ວນ ເຂົ້າຮ່ວມທັງໝົດ 25 ທ່ານ,ຍິງ 6 ທ່ານ ເນື້ອໃນການດຳເນີນກອງປະຊຸມ.ດັ່ງມີລາຍລະອຽດລຸ່ມນີ້:ການເຜີຍແຜ່ຜົນໄດ້ຮັບຈາກການຂຶ້ນບັນຊີ ແລະ ການປະເມີນ ໂຄງການເຊົ່າ ແລະ ສຳປະທານທີ່ດິນຂອງລັດໃຫ້ແກ່ຜູ້ກຳນົດນະໂຍບາຍ ແລະ ຂະແໜງການທີ່ກ່ຽວຂ້ອງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ.
Read more: ກອງປະຊຸມ ເຜີຍແຜ່ການຂຶ້ນບັນຊີ ແລະ ປະເມີນຄຸນນະພາບໂຄງການເຊົ່າ ແລະ ສຳປະທານທີ່ດິນລັດ...
ກອງປະຊຸມສະຫຼຸບຕີລາຄາການເຄື່ອນໄຫວວຽກງານຮອບດ້ານປະຈຳປີ 2021 ແລະ ທິດທາງແຜນການ ປີ 2022 ຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຄຳມ່ວນ .
ໃນວັນທີ່ 10 ມັງກອນ 2022. ທີ່ຫ້ອງປະຊຸມ ຫ້ອງວ່າການປົກຄອງ ແຂວງ ຄໍາມ່ວນ ໄດ້ເປີດກອງປະຊຸມກອງປະຊຸມສະຫຼຸບຕີລາຄາການເຄື່ອນໄຫວວຽກງານຮອບດ້ານປະຈຳປີ 2021 ແລະ ທິດທາງແຜນການ ປີ 2022 ຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຄຳມ່ວນ.ໂດຍເປັນກຽດ ເປັນປະທານ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆ ຄຳມ່ວນ ,ທ່ານ ປອ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ທ່ານ ຄຳໝັ້ນ ສໍປະເສີດ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຄຳມ່ວນ, ມີຕາງໜ້າກົມທີ່ກ່ຽວຂ້ອງ ເຂົ້າຮ່ວມ ເຈົ້າເມືອງໆ 10 ຕົວເມືອງ ,ຫົວໜ້າຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ 10 ຕົວເມືອງ ພ້ອມດ້ວຍພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມທັງໝົດ 96 ທ່ານ ຍິງ 22 ທ່ານ ດັ່ງມີລາຍລະອຽດລຸ່ມນີ້:
Read more: ກອງປະຊຸມສະຫຼຸບຕີລາຄາການເຄື່ອນໄຫວວຽກງານຮອບດ້ານປະຈຳປີ 2021 ແລະ ທິດທາງແຜນການ ປີ 2022...
ກອງປະຊຸມ ຮັບຟັງການປະກາດໜ່ວຍພັກ,ໜ່ວຍຊາວໜຸ່ມ,ໜ່ວຍສະຫະພັນແມ່ຍິງ ແລະ ໜ່ວຍກຳມະບານ.
ໃນວັນທີ່ 17 ທັນວາ 2021 ທີ່ຫ້ອງປະຊຸມ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ຄໍາມ່ວນ. ໄດ້ເປີດກອງປະຊຸມ ຮັບຟັງການປະກາດໜ່ວຍພັກ,ໜ່ວຍຊາວໜຸ່ມ,ໜ່ວຍສະຫະພັນແມ່ຍິງ ແລະ ໜ່ວຍກຳມະບານ.ພາຍໃຕ້ການເປັນປະທານ, ທ່ານ ປອ ສິນນະສອນ ແສງຈັນທະວົງ, ຮອງຫົວໜ້າ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ຄຳມ່ວນ. ກອງປະຊຸມຄັ້ງນີ້ມີ ຫົວໜ້າຂະແໜງ ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານວິຊາການ,ມີຜູ້ເຂົ້າຮ່ວມທັງໝົດ 48 ທ່ານ,ຍິງ 26 ທ່ານ.ດັ່ງມີລາຍລະອຽດລຸ່ມນີ້:ຜ່ານມະຕິຕົກລົງປ່ຽນຊື່ໜ່ວຍພັກ ແລະ ແຕ່ງຕັ້ງບົ່ງຕົວຄະນະໜ່ວຍພັກ.
- ຜ່ານມະຕິຕົກລົງປ່ຽນຊື່ໜ່ວຍກຳມະບານ ແລະ ແຕ່ງຕັ້ງບົ່ງຕົວຄະນະໜ່ວຍກຳມະບານ.
- ຜ່ານມະຕິຕົກລົງປ່ຽນຊື່ໜ່ວຍຊາວໜຸ່ມ ແລະ ແຕ່ງຕັ້ງບົ່ງຕົວຄະນະໜ່ວຍຊາວໜຸ່ມ.
- ຜ່ານມະຕິຕົກລົງປ່ຽນຊື່ໜ່ວຍສະຫະພັນ ແລະ ແຕ່ງຕັ້ງບົ່ງຕົວຄະນະໜ່ວຍສະຫະພັນແມ່ຍິງ.
- ປະທານກອງປະຊຸມກ່າວປິດກອງປະຊຸມ.
-
Read more: ກອງປະຊຸມ ຮັບຟັງການປະກາດໜ່ວຍພັກ,ໜ່ວຍຊາວໜຸ່ມ,ໜ່ວຍສະຫະພັນແມ່ຍິງ ແລະ ໜ່ວຍກຳມະບານ.
Page 2 of 10