ຕອນເຊົ້າຂອງວັນທີ່ 24 ມິຖຸນາ 2021 ທີ່ຫ້ອງປະຊຸມ 21 ມີນາ ຫຼັງເກົ່າ ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງ ຄຳມ່ວນ ໄດ້ປຸກລະດົມອາສາສະໝັກ ສະມາຊິກຊາວໜຸ່ມ - ໄວໜຸ່ມ ທີ່ຢູ່ພາຍໃນຄວາມຮັບຜິດຊອບຂອງຕົນເຂົ້າຮ່ວມຂະບວນການ ບໍລິຈາກເລືອດແບບສະໝັກໃຈໂດຍບໍ່ຮຽກຮ້ອງສິ່ງຕອບແທນພາຍໃຕ້ຄຳຂັວນ ( ເມືອໃດຊາດຕ້ອງການຊາວໜຸ່ມຂານອາສາ ) ເພື່ອເປັນການຮັບມືຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດ COVID – 19 ຊ່ວຍເຫຼືອຜູ້ທີ່ຖືກເຄາະຮ້າຍ,ກອບກູ້ເອົາຊີວິດເພື່ອນມະນຸດດ້ວຍກັນທີ່ກຳລັງປິ່ນປົວຢູ່ຕາມໂຮງໝໍແຫ່ງຕ່າງໆ ແລະ ກໍ່ເພື່ອໃຫ້ມີເລືອດພຽງພໍໃນການຊົມໃຊ້ຄົນເຈັບ.