ໃນ​ຕອນ​ເຊົ້າ​ຂອງວັນ​ທີ່ 18 ມິ​ຖຸ​ນາ 2021 ທີ່​ເດີນ​ພະ​ແນກ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ​ແຂວງ ຄຳ​ມ່ວນ ໄດ້​ສ້າງ​ຂະ​ບວນ​ການ​ອອກ​ແຮງ​ງານ​ອາ​ນາ​ໄມ​ລວມ ພາຍ​ໃນ​ເດີນ​ອ້ອມ​ຂ້າງ ພະ​ແນກຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ​ແຂວງ ຄຳ​​ມ່ວນ ເພື່ອ​ເຮັດ​ໃຫ້ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ ແລະ ສະ​ອາດ​ງາມ​ຕາ.

ທ່ານ ຄຳໜັ້ນ ສໍປະເສີດ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຄຳມ່ວນ ໃຫ້ສຳພາດຕໍ່ສື່ມວນຊົນທ້ອງຖິ່ນກ່ຽວກັບວັນສິ່ງແວດລ້ອມໂລກ 5 ມິ​ຖຸ​ນາ ຄົບ​ຮອບ 49 ປີ ແລະ ວັນ​ສິ່ງ​ແວ​ດ​ລ້ອມ​ແຫ່ງ​ຊາດ ຄົບ​ຮອບ 22 ປີ

ໄດ້ຈັດຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງ ວັນທີ່ 08 ເມສາ 2021 ທີ່ຫ້ອງປະຊຸມ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ຄຳມ່ວນ. ໄດ້ດຳເນີນພິທີເປີດຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ໂດຍການເຂົ້າຮ່ວມເປັນກຽດ ຂອງ ທ່ານ ສຸກຂະຖາ ວັນນະລາດ ຮອງຫົວໜ້າ ພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມແຂວງ, ຂຶ້ນເຜີຍແຜ່ເອກະສານ,ຜ່ານເອກະສານໃນຄັ້ງນີ້ມີພະນັກງານການ 10 ຕົວເມືອງ ພ້ອມແຂກທີ່ຖືກເຊີນ ແລະ ມີພະນັກງານບັນດາຂະແໜງ ຕະຫຼອດຮອດພະນັກງານລັດຖະກອນທັງຍິງ ແລະ ຊາຍ ເຂົ້າຮ່ວມ ເຊິ່ງມີຜູ້ເຂົ້າຮ່ວມຮັບຟັງໃນຄັ້ງນີ້ທັງໝົດ 67 ທ່ານ ໃນນັ້ນມີເອື້ອຍນ້ອງຍິງ 19 ທ່ານ.ຕາຕະລາງດຳເນີນ ພິທີເປີດຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ທີ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ປະຈຳປີ 2021ມີດັ່ງນີ້:

ໄດ້ຈັດຂຶ້ນຢ່າງເປັນທາງການໃນຕອນບ່າຍຂອງ ວັນທີ່ 31 ມີນາ 2021 ທີ່ຫ້ອງປະຊຸມ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ຄຳມ່ວນ. ໄດ້ເປີດກອງປະຊຸມເຜີຍແຜ່ເອກະສານສຳຄັນ ໃນນັ້ນມີເອກະສານວັນສ້າງ ຕັ້ງກຳລັງປ້ອງກັນຄວາມສະຫງົບຄົບຮອບ 60 ປີ ( 5 ເມສາ 1961 ຫາ 5 ເມສາ 2021) ໂດຍການເຂົ້າຮ່ວມເປັນກຽດ ຂອງ ທ່ານ ຄໍາໝັ້ນ ສໍປະເສີດ ກຳມະການພັກແຂວງ ເລຂາຄະນະພັກຮາກຖານຫົວໜ້າ ພະແນກຊັບພະຍາກອນ ທຳມະຊາດ ແລະ ສີ່ງແວດລ້ອມແຂວງ, ຂຶ້ນເຜີຍແຜ່ເອກະສານ,ຜ່ານເອກະໃນຄັ້ງນີ້ມີພະນັກງານການນຳຂອງ ພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມແຂວງ ແລະ ມີພະນັກງານບັນດາຂະແໜງ ຕະຫຼອດຮອດພະນັກງານລັດຖະກອນທັງຍິງ ແລະ ຊາຍ ເຂົ້າຮ່ວມຮັບຟັງ ເອກະສານສຳຄັນຂອງຊາດ ເຊິ່ງມີຜູ້ເຂົ້າຮ່ວມຮັບຟັງໃນຄັ້ງນີ້ທັງໝົດ 68 ທ່ານ ໃນນັ້ນມີເອື້ອຍນ້ອງຍິງ 26 ທ່ານ.ກອງປະຊຸມໃນຄັ້ງນີ້ໃຊ້ເວລາ 1 ຄາບ ແລະ ມີຜົນສໍາເລັດເປັນຢ່າງດີ

Subcategories